ລົດໄຟຟ້າ Electric Vehicle (EV) ສຳຄັນແນວໄດກັບເສດຖະກິດຂອງລາວ

ລົດໄຟຟ້າ Electric Vehicle (EV) ສຳຄັນແນວໄດກັບເສດຖະກິດຂອງລາວ

ລົດໄຟຟ້າເປັນແນວໂນ້ມໃໝ່ຂອງປະເທດທີ່ພັດທະນາແລ້ວຈະແມ່ນຍ້ອນຖືກກົດດັນຈາກບັນຫາເລື່ອງການປົດປ່ອຍອາຍແກ໊ດສ໌ເຮືອນແກ້ວ ຫຼືຈາກການໝົດໄປຂອງແຫຼ່ງພະລັງງານເຊື້ອໄຟທີ່ມາຈາກ ຊາກດຶກດຳບັນ ຫຼື Fossil ທີ່ນັບມື້ນັບນ້ອຍລົງຍ້ອນການບໍລິໂພກຂອງມວນມະນຸດ ໂດຍສະເພາະໃນເຄິ່ງສັດຕະວັດທີ່ຜ່ານມາ.

ຄວາມຈິງການຄົ້ນຄິດປະດິດລົດໄຟຟ້າມີຈຸດເລີ່ມຕົ້ນເກືອບພ້ອມກັນກັນກັບລົດທີ່ມີແຫຼ່ງພະລັງງານເປັນເຄື່ອງຍົນຈູດໃນ Internal Combustion Engine (ICE) ດັ່ງທີ່ພວກເຮົາໃຊ້ໃນປັດຈຸບັນ. ສາຍເຫດຫຼັກທີ່ລົດໄຟຟ້າບໍ່ຖືກພັດທະນາຢ່າງຕໍ່ເນື່ອງແລ້ວປ່ອຍໃຫ້ ລົດທີ່ໃຊ້ເຄື່ອງຍົນຈູດໃນແຊງນຳໜ້າໄປ ຄົງມາຈາກຄວາມມັກງ່າຍຂອງມະນຸດ.

ຄວາມມັກງ່າຍໃນຄວາມໝາຍນະທີ່ນີ້ມັນມີຢູ່ 2 ເນື້ອໄນ , ເນື້ອໄນທີ 1 ແມ່ນມະນຸດມັກຫຼີກອຸບປະສັກ ໝາຍຄວາມວ່າຈະບໍ່ປະເຊີນກັບອຸບປະສັກຖ້າບໍ່ຈຳເປັນເວົ້າງ່າຍໆແມ່ນບໍ່ເຮັດໃຫ້ມັນຍາກໂຕເອງ. ເນື້ອໄນທີ 2 ແມ່ນບໍ່ຄຳນຶງເຖິງອານາຄົດ ໃຜຊິເປັນຫຍັງໃນອານາຄົດກະຊ່າງມັນຕອນນີ້ກູລອດໄວ້ກ່ອນ ດັ່ງນັ້ນການໃຊ້ເຊື້ອໄຟ Fossil ຈຶ່ງບໍ່ມີການບັນຍະບັນຍັງ ເພາະຄຶດວ່າໃນຊ່ວງຊີວິດໂຕເອງຍັງຄົງມີໃຊ້ຢ່າງເຫຼືອເຟືອ ອານາຄົດຖ້າມັນຈະໝົດກໍ່ໃຫ້ລູກໃຫ້ຫຼານຫາທາງອອກຕາມພັດທະນາການຂອງເຕັກໂນໂລຊີໄປ.


ບັນຫາຫຼັກທີ່ເປັນອຸບປະສັກຂອງການພັດທະນາລົດໄຟຟ້າຕັ້ງແຕ່ຍຸກເລີ່ມຕົ້ນຈົນຮອດປັດຈຸບັນກໍ່ຍັງແມ່ນບັນຫາເກົ່າ ຄື ບັນຫາໝໍ້ໄຟທີ່ເປັນແຫຼ່ງສະສົມພະລັງງານສະເໝືອນຖັງນ້ຳມັນຂອງລົດທີ່ໃຊ້ເຄື່ອງຍົນຈູດໃນ.

ນັບແຕ່ຍຸກເລີ່ມຕົ້ນໝໍ້ໄຟທີ່ນຳໃຊ້ເຂົ້າໃນລົດໄຟຟ້າຈະເປັນໝໍ້ໄຟຊືນ-ນ້ຳກົດ (Lead-Acid )ຊຶ່ງກໍ່ແມ່ນຊະນິດດຽວກັນກັບທີ່ໃຊ້ໃນລົດທີ່ໃຊ້ເຄື່ອງຍົນຈູດໃນປັດຈຸບັນ (ສຳລັບລົດທີ່ໃຊ້ເຄື່ອງຍົນຈູດໃນ ຕ້ອງການພຽງ 1-2 ໜ່ວຍແຕ່ລົດໄຟຟ້າຕ້ອງໃຊ້ຈຳນວນຫຼວງຫຼາຍ) ໝໍ້ໄຟແບບນີ້ຈະມີຂໍ້ເສັຽຢູ່ບ່ອນ ມີນ້ຳໜັກຫຼາຍ ຄວາມຈຸພະລັງງານຕໍ່ນ້ຳໜັກຕ່ຳ Energy Density ໂດຍສະເຫຼັ່ຽແມ່ນປະມານ 35 Wh/kg ໃຊ້ເວລາໃນການສາກດົນ ອາຍຸໃນການໃຊ້ງານສັ້ນ ປະມານ 2-3 ປີ .

ຍ້ອນແນວນີ້ລົດໄຟຟ້າຈຶ່ງພັດທະນາໄປບໍ່ຮອດໃສ ເຖິງແມ່ນຄວາມຄຸ້ມຄ່າຂອງການໃຊ້ພະລັງງານຂອງລົດໄຟຟ້າຈະມີສູງກວ່າ ລົດທີ່ໃຊ້ເຄື່ອງຍົນຈູດໃນ ທີ່ປ່ຽນພະລັງງານຄວາມຮ້ອນຈາກການເຜົາໄໝ້ນ້ຳມັນເຊື້ອໄຟມາເປັນພະລັງງານກົນຈັກແລະມີປະສິດທິຜົນພຽງບໍ່ເກີນ 30% ໂດຍສະເຫຼັ່ຽ ສຳລັບເຄື່ອງຍົນຈູດໃນຂອງບັນດາພາຫະນະຂົນສົ່ງທາງບົກ. ຈະມີກໍ່ພຽງແຕ່ເຄື່ອງຍົນຈູດໃນສຳລັບກຳປັ່ນຂະໜາດໃຫຍ່ທີ່ມີຮອບຈັກໝູນຊ້າທີ່ມີປະສິດທິຜົນສູງເກີນ 30% .

ຫຼັງຈາກສັງຄົມມະນຸດກ້າວຂ້າມຜ່ານສັດຕະວັດທີ 20 ມາບັນຫາເລື່ອງແຫຼ່ງຊັບພະຍາກອນທຳມະຊາດກໍ່ເລີ່ມກາຍເປັນປະເດັນຂຶ້ນມາ ຍ້ອນອັດຕາການເພີ່ມຂຶ້ນຂອງ ພົນລະເມືອງໂລກ, ການພັດທະນາດ້ານເຕັກໂນໂລຊີທີ່ທັນສະໄໝຊຶ່ງຈຳເປັນຕ້ອງໃຊ້ພະລັງງານເພີ່ມຂຶ້ນ ເພາະທຸກອົງປະກອບລ້ວນໃຊ້ເຄື່ອງຍົນກົນໄກແທນແຮງງານຂອງມະນຸດ.

ຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນພັດໄປສວານທາງກັບແຫຼ່ງຊັບພະຍາກອນທຳມະຊາດທີ່ນັບມື້ນັບຫຼຸດລົງໃນອີກດ້ານໜຶ່ງການເຜົາຜານເຊື້ອໄຟເພີ່ມຂຶ້ນກໍ່ກາຍເປັນທີ່ມາຂອງທາດອາຍພິດເຮືອນແກ້ວທີ່ນັບມື້ນັບສະສົມຫຼາຍຂຶ້ນຊຶ່ງເປັນທີ່ຍອມຮັບກັນວ່ານັ້ນຄືທີ່ມາຂອງໂລກຮ້ອນແລະການປ່ຽນແປງດິນຟ້າອາກາດ.

ຈາກບັນຫານີ້ມັນໄດ້ກະຕຸ້ນໃຫ້ລັດຖະບານຂອງບັນດາປະເທດທີ່ພັດທະນາແລ້ວມາໃສ່ໃຈໃນເລື່ອງການໃຊ້ພະລັງງານສະອາດແລະອອກນະໂຍບາຍກະຕຸ້ນນັກລົງທຶນຫັນມາພັດທະນາເຄື່ອງຍົນກົນໄກທີ່ໃຊ້ພະລັງງານສະອາດ ຊຶ່ງລົດໄຟຟ້າກໍ່ແມ່ນໜຶ່ງໃນນະໂຍບາຍນັ້ນ. ຫຼາຍປະເທດກໍ່ໄດ້ວາງເປົ້າໝາຍສູ້ຊົນໂດຍນຳໃຊ້ທຸກມາດຕາການການຊຸກຍູ້ດ້ານເສດຖະກິດເພື່ອຈູງໃຈນັກລົງທຶນເລ່ງພັດທະນາລົດໄຟຟ້າ.

ອຸບປະສັກຫຼັກໃນການພັດທະນາລົດໄຟຟ້າໃນປັດຈຸບັນກໍ່ຍັງແມ່ນບັນຫາເດີມ ຄື ໝໍ້ໄຟ ຊຶ່ງປັດຈຸບັນມີແນວໂນ້ມທີ່ຈະປ່ຽນມາໃຊ້ ຖານເຄມີໃໝ່ຂອງໝໍ້ໄຟ ຄື ລີຕີ້-ອີອົງ ຫຼື ລິທຽມ-ໄອ ອອນ Li-Ion ທີ່ໃຊ້ສານລະລາຍ ແລະໃຊ້ ຂົ້ວບວກຈາກຫຼາກຫຼາຍສ່ວນປະສົມລະຫວ່າງ ລິທຽມກັບໂລຫະອື່ນໆເຊັ່ນ LiFePO4 , LiMn2O4 , Li2MnO3 ດັ່ງນີ້ເປັນຕົ້ນ ຊຶ່ງ ໝໍ້ໄຟ ລິທຽມ-ໄອ ອອນ ຈະມີນ້ຳໜັກນ້ອຍ ຄວາມຈຸພະລັງງານຕໍ່ນ້ຳໜັກສູງ Energy Density ໂດຍສະເຫຼັ່ຽແມ່ນປະມານ 120 Wh/kg ໃຊ້ເວລາໃນການສາກໄວ ອາຍຸໃນການໃຊ້ງານຍາວໂດຍປະມານ 5 ປີ

ແຕ່ມີຈຸດອອ່ນໃນເລື່ອງຄວາມປອດໄພ ຊຶ່ງມັກລະເບີດໄດ້ງ່າຍ ເພາະ ລິທຽມ ເປັນໂລຫະໃນກຸ່ມໂລຫະດ່າງທີ່ຢູ່ກຸ່ມດຽວກັບ ໂຊດຽມ Na ໃນຕາຕະລາງທາດຂອງແມນເດເລແອບ ທີ່ມີປະຕິກິຣິຍາໄວທີ່ສຸດ ສາມາດ ໄໝ້ໃນອາກາດໄດ້ໃນທັນທີທັນໄດ ຊຶ່ງເປັນທີ່ມາຂອງການລະເບີດ. ປັດຈຸບັນໄດ້ມີການຄົ້ນຄວ້າວິໄຈຖານເຄມີອື່ນທີ່ມີຄວາມປອດໄພສູງກວ່າເຊັ່ນ ເຊັ່ນ ອາລູມິນັມ-ໄອ ອອນ Al-Ion ດັ່ງນີ້ເປັນຕົ້ນ.

ອຸບປະສັກໃນການພັດທະນາລົດໄຟຟ້າບໍ່ແມ່ນພຽງສິ່ງກີດຂວາງດຽວທີ່ເຮັດໃຫ້ບາດກ້າວການຂະຫຍາຍໂຕຂອງການຜລິດແລະຊົມໃຊ້ລົດໄຟຟ້າໃນທົ່ວໂລກ ໂດຍສະເພາະແມ່ນບັນດາປະເທດທີ່ພັດທະນາແລ້ວທີ່ເປັນຜູ້ພັດທະນາລົດໄຟຟ້າເອງ. ປັດໄຈໜຶ່ງທີ່ບໍ່ເອື້ອອຳນວຍແມ່ນທ່າແຮງດ້ານພະລັງງານໄຟຟ້າຂອງປະເທດເຫຼົ່ານີ້ ໂດຍສະເພາະແມ່ນຕົ້ນທຶນການຜລິດພະລັງງານໄຟຟ້າດ້ວຍແຫຼ່ງຊັບພະຍາກອນທີ່ມີຕົ້ນທຶນຕ່ຳ ຊຶ່ງຍັງບໍ່ເປັນເຫດຈູງໃຈ ໃຫ້ຜູ້ຄົນແລະລັດຖະບານຂອງປະເທດເຫຼົ່ານີ້ສຸມທຸກພາລະກຳລັງເຂົ້າໃນການພັດທະນາລົດໄຟຟ້າ.

ຖ້າເຮົາກັບມາເບິ່ງເຫງື້່ອນໄຂຂອງປະເທດລາວ ໂດຍອີງໃສ່ແຜນການ 5 ປີ ຄັ້ງທີ VIII ປະເທດລາວຈະສູ້ຊົນພັດທະນາແຫຼ່ງຜລິດພະລັງງານໄຟຟ້າທັງໝົດໃຫ້ໄດ້ 46,441.71 GWh/ປີ ໂດຍມີກຳລັງຕິດຕັ້ງທັງໝົດ 8,943.38 MW ຈາກໂຕເລກດັ່ງກ່າວຈະເຫັນໄດ້ວ່າ ປະເທດລາວຈະມີພະລັງງານໄຟຟ້າເຫຼືອໃຊ້ ຢ່າງມາກມາຍ ເພາະລະດັບການພັດທະນາອຸດສາຫະກຳທີ່ຕ້ອງໃຊ້ພະລັງງານໄຟຟ້າໃນປະເທດຍັງມີອັດຕາທີ່ຕ່ຳ.

ເລື່ອງນີ້ ບັນດາປະເທດອອ້ມຂ້າງທີ່ຈະນຳເຂົ້າພະລັງງານໄຟຟ້າຈາກລາວກໍ່ລ້ວນຮູ້ແລະປະຈັກແກ່ໃຈ . ດັ່ງທີ່ພວກເຮົາຮູ້ກັນພະລັງງານໄຟຟ້າທີຜລິດຈາກເຂື່ອນຕ່າງໆ ມັນບໍ່ສາມາດຈະຈັດເກັບສະສົມໄວ້ໄດ້ຄືການຜລິດນ້ຳມັນທີ່ສາມາດເກັບໄວ້ໃນສາງເພື່ອຫາຈັງຫວະແລະໂອກາດປ່ອຍຂາຍເມື່ອລາຄາໃນທ້ອງຕະຫຼາດສູງຂຶ້ນ .

ບາງຄົນອາດຈະຖາມວ່າເປັນຫຍັງບໍ່ສາກໃສ່ໝໍ້ໄຟໄວ້ , ທາງທິດສະດີແມ່ນເຮັດໄດ້ແຕ່ໃນທາງປະຕິບັດໃນລະດັບເຕັກໂນໂລຊີຂອງຍຸກສະໄໝນີ້ຍັງເຮັດໄດ້ບໍ່ງ່າຍ ອຸບປະສັກອັນໜຶ່ງກໍ່ແມ່ນເລື່ອງໝໍ້ໄຟດັ່ງທີ່ໄດ້ກ່າວມາຂ້າງເທິງ. ດັ່ງນັ້ນປະເທດລາວຍັງບໍ່ໄດ້ປຽບໃນການເຈລະຈາລາຄາຊື້ຂາຍໄຟກັບປະເທດເພື່ອນບ້ານແລະອາດຖືກກົດລາຄາຢູ່ໂດຍຕະຫຼອດ.

ຖ້າປະເທດເຮົາຫັນມາຈິງຈັງໃນການສົ່ງເສີມການໃຊ້ລົດໄຟຟ້າກໍ່ຈະເປັນທາງອອກໜຶ່ງໃຫ້ແກ່ບັນຫາ ແລະຍັງຈະຊ່ອຍຫຼຸຸດການຂາດດຸນໃນການນຳເຂົ້ານ້ຳມັນເຊື້ອໄຟໄດ້ . ຈາກບົດລາຍງານການສຶກສາຂອງ JICA ໂດຍສົບທົບກັບກະຊວງໂຍທາທິການແລະຂົນສົ່ງ ໄດ້ສະຫຼຸບໂຕເລກການນຳເຂົ້ານ້ຳມັນເຊື້ອໄຟ ສະເພາະໃນປີ 2011 ປະມານ 590 ລ້ານໂດລາສະຫະລັດ ແລະຄາດຄະເນວ່າໃນປີ 2030 ປະລິມານຍອດນຳເຂົ້ານ້ຳມັນເຊື້ອໄຟຈະເປັນ ປະມານ 1600 ລ້ານໂດລາສະຫະລັດ ຊຶ່ງຈະເພີ່ມຂຶ້ນ 271% ໂດຍປະມານ.

ໃນມຸມມອງດ້ານເສດຖະກິດເຮົາຈະເຫັນວ່າທ່າແຮງຂອງປະເທດເຮົາຍັງບໍ່ໄດ້ຖືກນຳໃຊ້ຢ່າງຖືກຈຸດ ເຮັດໃຫ້ເຮົາເສັຽປຽບແລະເກີດຄວາມຂາດດຸນທາງດ້ານເສດຖະກິດ. ການໂຄສະນາໃຫ້ຄົນສະດຸ້ງຕື່ນຕໍ່ບັນຫານີ້ແມ່ນພາລະໜຶ່ງຂອງລັດຖະບານ ພ້ອມນັ້ນຕ້ອງມີນະໂຍບາຍສົ່ງເສີມໃຫ້ພົນລະເມືອງຫັນມານຳໃຊ້ລົດໄຟຟ້າແທນ ລົດທີ່ໃຊ້ເຄື່ອງຍົນຈູດໃນດ້ວຍມາດຕາການຫຼຸດອາກອນຕ່າງໆ ເຮັດໃຫ້ລາຄາການນຳເຂົ້າລົດໄຟຟ້າຕ່ຳ. ນອກນັ້ນການວາງຍຸດທະສາດເພື່ອສົ່ງເສີມໃຫ້ຄົນ Retrofit ລົດເກົ່າທີ່ໃຊ້ເຄື່ອງຍົນຈູດໃນມາເປັນ Motor ໄຟຟ້າ.

ບັນຫາດ້ານເຕັກນິກແລະເຕັກໂນໂລຊີກ່ຽວກັບການ Retrofit ລົດເກົ່າທີ່ໃຊ້ເຄື່ອງຍົນຈູດໃນມາເປັນ Motor ໄຟຟ້າ ເປັນເລື່ອງທາງວິສະວະກຳທີ່ອາດຕ້ອງຂຽນເປັນບົດຄວາມແຍກສຳລັບຜູ້ທີ່ສົນໃຈແຕ່ຈະຂໍສະຫຼຸບໂດຍສັງເຂບວ່າການ Retrofit ລົດເກົ່າມັນແຕກຕ່າງຈາກການອອກແບບໃໝ່ທັງໝົດແລະອາດມີທາງອອກທີ່ງ່າຍກວ່າ. ສິ່ງທີ່ສຳຄັນແມ່ນຄຸນສົມບັດຂອງ Motor ໄຟຟ້າ ມີສຳປະສິດການປັບໂຕຕໍ່ການປ່ຽນແປງ Load ໄດ້ດີກວ່າເຄື່ອງຍົນຈູດໃນຫຼາຍເທົ່າ ຕາມຫຼັກທິດສະດີ ລົດໄຟຟ້າບໍ່ຈຳເປັນຕ້ອງມີກະປຸກເກັຽ

ເພື່ອປັບປ່ຽນຄວາມໄວກໍ່ໄດ້ ເພາະແຮງບິດແລະຄວາມໄວຈະຜັນແປໄປແບບອັດຕະໂນມັດໂດຍຂຶ້ນກັບກຳລັງຂອງ Motor ໄຟຟ້າ ຕ່າງຈາກເຄື່ອງຍົນຈູດໃນທີ່ ແຮງບິດຈະເພີ່ມຂຶ້ນໃນຊ່ວງແຄບໆຂອງການຫຼຸດລົງຂອງຄວາມໄວແລະຈະມີຄ່າສູງສຸດຢູ່ຄວາມໄວໄດໜຶ່ງ

ຫຼັງຈາກນັ້ນຖ້າຄວາມໄວສືບຕໍ່ຫຼຸດລົງແຮງບິດກໍ່ຈະຫຼຸດລົງນຳ ອັນເປັນເຫດໃຫ້ຕ້ອງປ່ຽນຈາກເກັຽສູງລົງເກັຽຕ່ຳ ຖ້າບໍ່ດັ່ງນັ້ນຈັກຈະມອດ ຊຶ່ງນີ້ຫຼະຄືການປັບໂຕຂອງເຄື່ອງຍົນຈູດໃນ ຊຶ່ງຈະວັດແທກກັນດ້ວຍສຳປະສິດການປັບໂຕ ແລະສຳປະສິດດັ່ງກ່າວຈັກແອ໊ດຊັງຈະມີສູງກວ່າຈັກກາຊວານ ແຕ່ທັງຈັກ ແອ໊ດຊັງແລະຈັກກາຊວານກໍ່ບໍ່ອາດທຽບໄດ້ກັບ Motor ໄຟຟ້າ.

ລາຍລະອຽດດ້ານວິສາວະກຳຍານຍົນຕ້ອງໄດ້ຍົກຍອດໄປຂຽນໃນບົດຄວາມສະເພາະ ໃນບົດຄວາມນີ້ ພຽງຢາກໃຫ້ຜູ້ອ່ານເຫັນທ່າແຮງດ້ານເສດຖະກິດສັງຄົມຂອງລົດໄຟຟ້າໃນປະເທດລາວເທົ່ານັ້ນ.

ໂດຍ: Khammonh Sayasing

ข่าวทั่วไป