ວິກິດ “ເງິນກີບ” ອ່ອນຄ່າ ຖືເປັນບັນຫາທາງໂຄງສ້າງໂດຍລວມ?

ວິກິດ “ເງິນກີບ” ອ່ອນຄ່າ ຖືເປັນບັນຫາທາງໂຄງສ້າງໂດຍລວມ?

“ເງິນກີບ” ຖືເປັນສິນຄ້າຊະນິດໜຶຶ່ງທີ່ “ລາຄາ” ມີການປ່ຽນແປງຂຶ້ນລົງຢູ່ຕະຫຼອດໄປຕາມຄວາມຕ້ອງການຂອງຕະຫຼາດ ເມື່ອຄວາມຕ້ອງການເງິນກີບເພີ່ມຂຶ້ນ ລາຄາຂອງເງິນກີບ ຫຼື ຄ່າເງິນກໍ່ຈະສູງຂຶ້ນ ຫຼືເອີ້ນວ່າ “ເງິນກີບແຂງຄ່າ” ໃນທາງກົງກັນຂ້າມ ຖ້າມີຄວາມຕ້ອງການເງິນກີບໜ້ອຍລົງ ລາຄາຂອງເງິນກີບກໍ່ຈະຫຼຸດລົງ ຫຼື ເອີ້ນວ່າ “ເງິນກີບອ່ອນຄ່າ” ຈະເຫັນໄດ້ວ່າ “ຄ່າເງິນ” ທີ່ແທ້ຈິງຈະສະທ້ອນເຖິງຄວາມຕ້ອງການຂອງສະກຸນເງິນນັ້ນໆ

ໃນບາງໄລຍະເວລາອາດສົ່ງຜົນເສຍຕໍ່ເສດຖະກິດໄດ້ ຈຶ່ງເປັນໜ້າທີ່ຂອງທະນາຄານກາງ ທີ່ຈະເຂົ້າມາ “ຄຸ້ມຄອງຄ່າເງິນ” ບໍ່ໃຫ້ມີຄວາມຜັນຜວນຈົນເປັນອຸປະສັກຕໍ່ການປັບຕົວຂອງພາກທຸລະກິດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພາກເສດຖະກິດໂດຍລວມ.

ແນວທາງການຄຸ້ມຄອງຂອງທະນາຄານກາງ ໃນໄລຍະທີ່ຕະຫຼາດມີຄວາມດຸນດ່ຽງຄື ຄົນຊື້ກັບຄົນຂາຍມີຈຳນວນເທົ່າໆກັນ ຄ່າເງິນກໍ່ອາດຈະບໍ່ເຄື່ອນໄຫວຫຼາຍ ແຕ່ຫາກໄລຍະໃດທີ່ຄວາມຕ້ອງການເງິນກີບເພີ່ມສູງຫຼາຍ ເງິນກີບຈະປັບໂຕແຂງຄາຂຶ້ນໄດ້ຢ່າງໄວວາ

ເຊິ່ງທະນາຄານກາງອາດເຂົ້າຄຸ້ມຄອງຄ່າເງິນເພື່ອບໍ່ໃຫ້ແຂງຄ່າໄວເກີນໄປ ດ້ວຍການຊື້ເງິນສະກຸນອື່ນເຊັ່ນໂດລາ ແລະ ຂາຍເງິນກີບໃນຕະຫຼາດແລກປ່ຽນເງິນຕາ ໂດຍເງິນໂດລາທີ່ຊື້ເຂົ້າມານັ້ນ ຈະຢູ່ໃນຮູບຂອງ “ຄັງສຳຮອງເງິນຕາຕ່າງປະເທດ” ເຊິ່ງໃນກໍລະນີນີ້ຈະສົ່ງຜົນໃຫ້ປະລິມານຄັງສຳຮອງເງິນຕາຕ່າງປະເທດເພີ່ມຂຶ້ນ.

ຫາກເປັນໄລຍະເວລາທີ່ຄວາມຕ້ອງການເງິນກີບຫຼຸດລົງຫຼາຍ ຈົນເງິນກີບອ່ອນຄ່າຢ່າງໄວວາ ທະນາຄານກາງຈະເຂົ້າຄວບຄຸມຄ່າເງິນ ເພື່ອໃຫ້ອ່ອນຄ່າຊ້າລົງ ດ້ວຍການຊື້ເງິນກີບ ແລະ ຂາຍເງິນໂດລາທີ່ມີຢູ່ໃນຄັງສຳຮອງເງິນຕາຕ່າງປະເທດ ເຊິ່ງກໍລະນີນີ້ ກໍ່ຈະສົ່ງຜົນໃຫ້ປະລິມານຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງ

ເຊິ່ງຖ້າຫາກເຮົາມີຄັງສຳຮອງເງິນຕາຕ່າງປະເທດບໍ່ພໍພຽງທີ່ຈະເຂົ້າແຊງແຊກ ກໍ່ເປັນການຍາກທີ່ຈະຄຸ້ມຄອງໃຫ້ໄດ້ດັ່ງຕ້ອງການ ແລະ ອາດສົ່ງຜົນໃຫ້ເງິນກີບອ່ອນຄ່າລົງເລື້ອຍໆ ດັ່ງນັ້ນ, ການເຂົ້າຄຸ້ມຄອງຄ່າເງິນກີບ ຈຶ່ງສະທ້ອນໄດ້ຈາກການປ່ຽນແປງ ແລະ ການມີຢູ່ຂອງປະລິມານຄັງສຳຮອງເງິນຕາຕ່າງປະເທດ.
ເຊິ່ງວິທີການແກ້ໄຂບັນຫາຄືດັ່ງກ່າວ, ເປັນພຽງການແກ້ໄຂບັນຫາໃນໄລຍະສັ້ນ ປຽບດັ່ງການກິນຢາແກ້ໄຂພໍແລ້ວມື້ແລ້ວວັນ ແຕ່ໃນເມື່ອທາງໃນມັນອັກເສບຈົນລົ້ມປ່ວຍ ວິທີການເຫຼົ່ານັ້ນຍ່ອມບໍ່ໄດ້ຜົນ ເຊິ່ງເຮົາຕ້ອງຫວນຄືນກັບກັບກວດສຸຂະພາບຕົນເອງໂດຍລວມ ນັບຕັ້ງແຕ່ຈຸລັງນ້ອຍໆຂອງຮ່າງກາຍ ທີ່ປຽບດັ່ງພາກຈຸລະວິສາຫະກິດ ໄປຈົນເຖິງພາກອຸດສາຫະກຳ.

ຖ້າປະຊາກອນພາຍໃນປະເທດບໍ່ໄດ້ຮັບການສຶກສາຢ່າງມີປະສິດທິພາບ, ປະເທດຂາດແຄນແຮງງານທີ່ມີຄຸນນະພາບ ເພື່ອຜະລິດສິນຄ້າທີ່ມີຄຸນນະພາບສູງ ແລະ ສິນຄ້າເຕັກໂນໂລຊີທີ່ທົ່ວໂລກກຳລັງຕ້ອງການ ອາດແຂ່ງຂັນກັບຜູ້ອື່ນບໍ່ໄດ້ເພາະບໍ່ມີຄວາມຊຳນານດ້ານເຕັກໂນໂລຊີໃໝ່ໆ ນັກລົງທຶນກໍ່ບໍ່ເຂົ້າມາລົງທຶນ ເຮັດໃຫ້ການສົ່ງອອກມີໜ່ອຍ, ໃນຂະນະທີ່ການນຳເຂົ້າພັດຫຼາຍກວ່າ ອັນໄດ້ສົ່ງຜົນໃຫ້ເງິນກີບອ່ອນຄ່າ, ບັນຫາເລື່ອງຄ່າເງິນກີບຈຶຶ່ງປຽບດັ່ງອາການຂອງປາຍເຫດ ສິ່ງທີ່ສຳຄັນທີ່ທຸກພາກສ່ວນຕ້ອງຮ່ວມກັນແກ້ໄຂຢ່າງຮີບດ່ວນກໍ່ຄື ບັນຫາທາງໂຄງສ້າງທີ່ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວ.

ໂຄງສ້າງເສດຖະກິດກໍ່ຄື ສິ່ງທີ່ຈະເຮັດໃຫ້ເກີດກິດຈະກຳໃນລະບົບເສດຖະກິດ ຖ້າບໍ່ມີສິ່ງເຫຼົ່ານີ້ກໍ່ຈະບໍ່ມີສິນຄ້າ ຫຼື ບໍລິການ ຊື້-ຂາຍແລກປ່ຽນກັນເກີດຂຶ້ນ ຖ້າເຮົາມີໂຄງສ້າງເສດຖະກິດທີ່ດີ ປະເທດຊາດກໍ່ຈະເຂັ້ມແຂງ ດັ່ງນັ້ນເຮົາຕ້ອງໃສ່ໃຈນັບຕັ້ງແຕ່ລະດັບຈຸລັງ ບໍ່ແມ່ນເບິ່ງຂ້າມ ແລ້ວໃສ່ໃຈສະເພາະແຕ່ສ່ວນປະກອບທີ່ໃຫຍ່ ເຊັ່ນ:

“ແຮງງານ” ທີ່ເຮັດນາປູກເຂົ້າ ຫາກໄດ້ຮັບການສະໜັບສະໜູນຈາກພາກສ່ວນທີ່ກ່ຽວຂ້ອງຢ່າງເຕັມທີ່ ຫຼື ມີ “ເຄື່ອງຈັກ” ແລະ “ເຕັກໂນໂລຊີ” ທີ່ຊ່ວຍເພີ່ມຜົນຜະລິດຊ່ວຍຫຼຸດຜ່ອນເວລາ ແລະ ມີຄວາມແມ້ນຢຳຫຼາຍຂຶ້ນ ມື້ນີ້ກໍ່ອາດເປັນພຽງຊາວກະສິກອນລາຍນ້ອຍ ແຕ່ມື້ໜ້າອາດເປັນອຸດສາຫະກະສິກຳ, ລວມທັງການມີ “ລະບຽບກົດໝາຍ” ທີ່ “ຊ່ວຍ” ແລະ “ອຳນວຍຄວາມສະດວກ” ຢ່າງເຕັມທີ່ໃຫ້ກັບການເຮັດທຸລະກິດ ໂດຍສະເພາະການສົ່ງອອກ ເພື່ອໃຫ້ມີແຫຼ່ງລາຍຮັບເງິນຕາຕ່າງປະເທດ.

ข่าวทั่วไป