ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫຼງ ມາດຕະການແກ້ໄຂບັນຫາ ອັດຕາແລກປ່ຽນ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫຼງ ມາດຕະການແກ້ໄຂບັນຫາ ອັດຕາແລກປ່ຽນ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບ “ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ” ທີ່ທະນາຄານແຫ່ງ ສປປ ລາວ , ໃນວັນທີ 16 ພຶດສະພາ ນີ້ວ່າ:

ພາຍຫຼັງປະເທດເຮົາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເລີ່ມ ແຕ່ທ້າຍປີ 2019 ເປັນຕົ້ນມາ, ສະພາບການເໜັງຕີງແຮງຂອງຄ່າເງິນຂອງຫຼາຍປະເທດຢູ່ຕະຫຼາດສາກົນ ແລະ ພາກພື້ນ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ສົມທົບກັບປັດໄຈພາຍໃນປະ ເທດເຮົາເອງທີ່ຕິດພັນກັບພື້ນຖານໂຄງສ້າງເສດຖະກິດ, ພຶດຕິກໍາ ຄວາມຊິນເຄີຍຂອງຄົນໃນສັງຄົມລາວໃນການນໍາໃຊ້ສິນຄ້ານໍາເຂົ້າ ໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ ໃນໄລຍະ 4 ເດືອນຕົ້ນປີ 2022, ສະພາບຄວາມຮຸນແຮງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສາກົນ ແລະ ພາຍໃນ ໄດ້ມີທ່າອ່ຽງຜ່ອນຄາຍລົງ ແລະ ເສດຖະກິດພາຍໃນ ຂອງພວກເຮົາກໍໄດ້ຄ່ອຍເລີ່ມມີທ່າອ່ຽງຟື້ນຕົວດີຂຶ້ນ;

ແຕ່ເຖິງຢ່າງໃດກໍຕາມ, ຄ່າເງິນກີບກໍຄືອັດຕາແລກປ່ຽນຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍ ດ້ານໂດຍໄດ້ອ່ອນຄ່າ 18,36% ທຽບກັບ ເງິນໂດລາ ແລະ 9,4% ທຽບກັບເງິນບາດ ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ຍ້ອນສະພາບປັດໄຈພາຍນອກທີ່ຍັງຜັນຜວນ ແລະ ມີຄວາມບໍ່ແນ່ນອນສູງ ເປັນຕົ້ນການແຂງຄ່າຂອງເງິນໂດລາຢູ່ຕະຫຼາດສາກົນຢ່າງຕໍ່ເນື່ອງ ທີ່ໃນໄລຍະ 4 ເດືອນຕົ້ນປີ 2022 ເງິນໂດລາ ໄດ້ແຂງຄ່າ 8,18% ທຽບໃສ່ເງິນເອີໂຣ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ,

ຊຶ່ງເປັນການແຂງ ຄ່າສຸດໃນຮອບສອງປີ, ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດ ສາກົນທີ່ໄດ້ເພີ່ມຂຶ້ນເຖິງ 65,17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາສົມທົບກັບທ່າອ່ຽງການເພີ່ມ ຂຶ້ນຂອງ ອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ໃນຂົງເຂດເສດຖະກິດສໍາຄັນຂອງໂລກ ແລະ ພາກພື້ນ ທີ່ລ້ວນແຕ່ສົ່ງຜົນເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນປະເທດສູງຂຶ້ນ.

ອີກດ້ານໜຶ່ງ, ເຖິງແມ່ນວ່າດ້ານການຄ້າກັບຕ່າງປະເທດຂອງປະເທດເຮົາໄດ້ເລີ່ມມີທ່າອ່ຽງດີຂຶ້ນເມື່ອທຽບກັບປີຜ່ານ ມາແຕ່ໂດຍລວມພື້ນຖານເສດຖະກິດຂອງພວກເຮົາຍັງຕ້ອງການເວລາໃນການຟື້ນຕົວໃນການສ້າງຄວາມເຂັ້ມແຂງໃຫ້ຫຼາຍຂຶ້ນເພື່ອໃຫ້ປະເທດເຮົາສາມາດສະສົມລາຍຮັບທີ່ເປັນເງິນຕາຕ່າງປະເທດໃຫ້ສົມດຸນກັບລະດັບຄວາມຕ້ອງການໃນການຊໍາລະຄ່ານໍາເຂົ້າສິນຄ້າ-ການບໍລິການ ແລະ ຊໍາລະໜີ້ສິນ ໃຫ້ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ,

ບັນຫາສໍາຄັນອີກດ້ານໜຶ່ງທີ່ສົ່ງຜົນກະທົບເຮັດໃຫ້ອັດຕາ ແລກ ປ່ຽນຂອງພວກ ເຮົາມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະ ນາຄານ ແລະ ຂອງຕະຫຼາດນອກລະບົບແມ່ນຍ້ອນສະຕິຕໍ່ກົດໝາຍຂອງບຸກຄົນນິຕິບຸກຄົນຈໍານວນ ບໍ່ໜ້ອຍໃນສັງຄົມ ຍັງບໍ່ສູງ;

ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການ ຄຸ້ມຄອງເງິນຕາຕ່າງປະເທດຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນສົ່ງຜົນ ໃຫ້ມີສະພາບລາຍຮັບທີ່ເປັນ ເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດຈໍານວນຫຼາຍພໍສົມຄວນບໍ່ທັນເຂົ້າມາປະເທດຕາມລະບຽບການ;

ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດລວມທັງການ ແລກປ່ຽນເງິນຕາແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາ ຄານໜ້ອຍກວ່າທີ່ຄວນຈະເປັນ; ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຂອງ ລະບົບທະນາຄານຫຼຸດລົງໃນສະພາບທີ່ລາຄາສິນຄ້ານໍາເຂົ້າທີ່ຈໍາເປັນຕໍ່ການດໍາລົງຊີວິດໄດ້ເພີ່ມຂຶ້ນສູງ ຫຼາຍ, ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງ ປະເທດ.

ສະເພາະໄລຍະ 4 ເດືອນຕົ້ນປີ 2022, ເຖິງແມ່ນວ່າໂຕເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບ 589,66 ລ້ານໂດລາ ດີກວ່າໄລຍະດຽວ ກັນຂອງປີຜ່ານມາເກືອບ 50%, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນທີ່ໄດ້ໂອນເຂົ້າມາປະເທດຜ່ານລະ ບົບທະນາຄານ, ໃນຂະນະທີ່ 98% ຂອງມູນຄ່າການນໍາເຂົ້ານັ້ນແມ່ນໄດ້ມີການໂອນອອກຜ່ານລະບົບ ທະນາຄານ;

ເຮັດໃຫ້ພວກເຮົາ ໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດຜ່ານລະບົບທະນາຄານຫຼາຍກວ່າມີກະແສເງິນ ເຂົ້າປະເທດຜ່ານລະບົບທະນາຄານໃນລະດັບທີ່ຫຼາຍກວ່າໄລຍະດຽວກັນ ຂອງປີຜ່ານມາເຖິງ 143%.

ສະພາບດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບ ຊື້ເງິນຕາຕ່າງປະເທດ ໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫຼື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງ ທຶນຈາກຕ່າງປະເທດຫຼາຍແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການ ຊໍາລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ນອກຈາກຜົນກະທົບຈາກປັດໄຈພາຍນອກ, ຄວາມບໍ່ສົມດຸນລະຫວ່າງລະດັບຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດຢູ່ພາຍໃນປະເທດພວກເຮົາທີ່ຍັງສືບຕໍ່ສູງຂຶ້ນ, ການປະຕິບັດ ລະບຽບກົດໝາຍຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດທີ່ບໍ່ທັນຮັດກຸມຄືດັ່ງທີ່ໄດ້ກ່າວມານັ້ນ;

ການເໜັງຕີງຂອງຄ່າເງິນກີບຍັງໄດ້ຮັບຜົນກະທົບຫຼາຍຈາກຈິດຕະສາດຂອງປະຊາຊົນໃນສັງຄົມເຮົາທີ່ກໍາລັງແຕກຕື່ນຍ້ອນມີຄວາມກັງວົນຫຼາຍເກີນເຫດຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບ ປະາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນ ຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍໃນແຕ່ລະວັນທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດ ຕໍ່ຄວາມເປັນຊາດໃຫ້ຕໍ່າລົງ.

ປະກົດການດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍເຮັດ ໃຫ້ສະພາບອັດຕາແລກປ່ຽນຂອງພວກເຮົາໃນໄລຍະທ້າຍເດືອນມີນາ-ເດືອນເມສາ ໄດ້ເໜັງຕີງແຮງ ໃນທິດທາງອ່ອນຄ່າ ຫຼາຍກວ່າລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ.

ການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບເກີນລະດັບທີ່ຄວນຈະເປັນຈະສົ່ງຜົນກະທົບຕໍ່ທຸກພາກ ສ່ວນໃນສັງຄົມບໍ່ວ່າຈະເປັນພາກລັດກໍຄືພາກເອກະຊົນ ສົ່ງຜົນໃຫ້ພັນທະໃນການຊໍາລະກັບຕ່າງປະເທດຂອງພວກເຮົາໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍລິການ ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດ ເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງພວກເຮົາທຸກຄົນໃນສັງຄົມ,

ໃນຂະນະທີ່, ລາຍຮັບຕໍ່ຫົວຄົນຂອງພວກເຮົາ ເມື່ອຄິດໄລ່ເປັນເງິນຕາຕ່າງປະເທດຈະຫຼຸດລົງ ສົ່ງຜົນ ກະທົບດ້ານລົບຕໍ່ສະຖານະພາບດ້ານການພັດທະນາເສດຖະກິດຂອງປະເທດ ແລະ ຊື່ສຽງຂອງຊາດ ໃນເວທີສາກົນ, ເຖິງແມ່ນວ່າພວກເຮົາຈະບໍ່ສາມາດຄວບຄຸມປັດໄຈພາຍນອກປະເທດ ໄດ້ ແຕ່ຂ້າພະເຈົ້າ ກໍຄືທະນາຄານແຫ່ງ ສປປ ລາວ ເຊື່ອໝັ້ນວ່າ:

ຖ້າພວກເຮົາທຸກຄົນ ທຸກພາກສ່ວນ ທຸກສາຍອາຊີບ ບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ກໍາໄດ້ສະພາບຄວາມເປັນຈິງ ແລະ ຕັດສິນໃຈເປັນຈິດໜຶ່ງ ໃຈດຽວກັນ ຮ່ວມມືກັນແກ້ໄຂ, ເຊື່ອແນ່ວ່າພວກເຮົາຈະສາມາດຜ່ານຜ່າບັນຫາອັດຕາແລກປ່ຽນທີ່ພວກ ເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ບໍ່ວ່າຈະເປັນສະພາບການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະ ອັດຕາ ແລກປ່ຽນຢູ່ນອກລະບົບໄດ້.

ເພື່ອເປັນແຮງຍູ້ດັນແກ້ໄຂບັນຫາດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການຈໍານວນໜຶ່ງ ເພື່ອຄຸ້ມຄອງປະລິມານເງິນເຂົ້າສູ່ລະບົບເສດຖະກິດໃຫ້ຢູ່ໃນລະດັບ ທີ່ເໝາະສົມໂດຍສະເພາະຕິດພັນກັບການຄຸ້ມຄອງປະລິມານເງິນ, ຍົກສູງຄຸນຄ່າຂອງເງິນກີບ ແລະ ຄຸນນະພາບຂອງສິນເຊື່ອຂອງລະບົບທະນາຄານ ໃຫ້ແທດເໝາະກັບສະພາບຄວາມຕ້ອງການໃນການນໍາໃຊ້ເພື່ອການພັດທະນາເສດຖະກິດ-ສັງຄົມ

ແຕ່ລະໄລຍະ ບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການບໍລິໂພກ ຊົມໃຊ້ ແລະ ນໍາເຂົ້າສິນຄ້າສູງຂຶ້ນ ເກີນຄວາມຈໍາເປັນ ຜ່ານການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາຈໍານວນໜຶ່ງ ເປັນຕົ້ນການດັດປັບອັດຕາ ດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ, ດັດປັບອັດຕາເງິນແຮຝາກບັງຄັບ ແລະ ອອກພັນທະບັດຂອງທະນາຄານແຫ່ງ ສປປ ລາວ ໃນລະດັບທີ່ເໝາະສົມ.

ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນຮັບຜິດຊອບດໍາເນີນມາດຕະການທີ່ເຂັ້ມຂຸ້ນກວ່າເກົ່າຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວ ດ້ານເງິນຕາຕ່າງປະເທດແບບບໍ່ສອດຄ່ອງກັບລະບຽບກົດໝາຍ;

ໂດຍຈະເຂັ້ມງວດການຄຸ້ມຄອງບັນດາ ຮ້ານແລກປ່ຽນເງິນຕາຕົວແທນດ້ວຍການນໍາໃຊ້ມາດຕະການບໍລິຫານທີ່ເຄັ່ງຄັດຫຼາຍຂຶ້ນ ຜ່ານທັງກົນໄກກວດກາໂດຍກົງຂອງທະນາຄານແຫ່ງ ສປປ ລາວ ແລະ ຜ່ານການຊີ້ນໍາໃຫ້ທະນາຄານທຸລະກິດໃຫ້ເພີ່ມທະວີຄວາມຮັບຜິດຊອບ ໃນການປະກອບສ່ວນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມກວ່າເກົ່າ ແລະ ຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຕ່ລະທະນາຄານທຸລະກິດ ໃຫ້ມີການເຄື່ອນໄຫວສອດຄ່ອງກັບລະບຽບທີ່ທະນາຄານແຫ່ງ ສປປ ລາວ ກໍານົດອອກ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເຄັ່ງຄັດ ຫຼາຍຂຶ້ນ

ພ້ອມທັງປະຕິບັດມາດຕະການຕໍ່ຜູ້ລະເມີດ ໃຫ້ໄປຕາມລະບຽບກົດໝາຍກໍຄືຂະບວນການຍຸຕິທໍາຢ່າງເປັນຮູບປະທໍາຫຼາຍຂຶ້ນເວົ້າລວມເວົ້າສະເພາະກໍແມ່ນຈະຢຸດຕິການອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາຕົວແທນທີ່ມີການປະກາດອັດຕາແລກປ່ຽນ ແລະ ຊື້-ຂາຍເງິນຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍ; ຄຽງຄູ່ກັນນີ້, ກໍຈະເຂັ້ມງວດກວດກາ ແລະ ປະຕິບັດມາດຕະການຕໍ່ການໃຫ້ບໍລິການແລກປ່ຽນເງິນຕາຢ່າງເປີດເຜີຍ

ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ມີການເຄື່ອນ ໄຫວທີ່ເປັນລັກສະນະສ້າງຄວາມປັ່ນປ່ວນດ້ານອັດຕາແລກ ປ່ຽນເປັນການສ້າງຄວາມບໍ່ສະຫງົບ ແລະ ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຊາດຂັດ ກັັບກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະ ເທດ ຫຼື ເປັນການເຄື່ອນໄຫວລະເມີດກົດໝາຍ ຕາມທີ່ໄດ້ລະບຸໄວ້ໃນປະມວນກົດໝາຍອາ ຍາ ແລະ ບັນດານິຕິກໍາລຸ່ມກົດໝາຍກ່ຽວຂ້ອງ.

ທະນາຄານແຫ່ງ ສປປ ລາວ ຈະສົມທົບກັບຂະແໜງການ ແລະ ພາກສ່ວນຮັບຜິດຊອບ ທີ່ກ່ຽວຂ້ອງ ປັບປຸງກົນໄກຄຸ້ມຄອງແລະສະໜອງເງິນຕາຕ່າງປະເທດຕິດພັນກັບ ການນໍາເຂົ້າສິນຄ້າ ທີ່ຈໍາເປັນສໍາລັບການດໍາລົງຊີວິດຂອງພໍ່ແມ່ພີ່ນ້ອງປະຊາຊົນທີ່ພາຍໃນປະເທດເຮົາ ຍັງບໍ່ສາມາດຜະ ລິດໄດ້ເອງເປັນຕົ້ນ ນໍ້າມັນເຊື້ອໄຟໃຫ້ໄດ້ໃນລະດັບທີ່ແທດເໝາະກັບຄວາມຈໍາເປັນໃນ ການດໍາລົງຊີວິດ ແລະ ຄວາມເໝາະສົມໃນການພັດທະນາຕາມພື້ນຖານເສດຖະກິດຂອງປະເທດ ຕົວຈິງ.

ຄຽງຄູ່ກັນນີ້, ທະນາຄານແຫ່ງ ສປປ ລາວ ກໍາລັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດ ຕະການເພື່ອໃຫ້ມີເງິນຕາຕ່າງປະເທດເຂົ້າປະເທດເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ, ໃຫ້ລະບົບທະ ນາຄານສາມາດເກັບຊື້ ເງິນຕາຕ່າງປະເທດໄດ້ຫຼາຍຂຶ້ນໃຫ້ສົມດຸນກັບລະດັບຄວາມຕ້ອງ ການຂອງ ສັງຄົມຫຼາຍຂຶ້ນເປັນຕົ້ນ ກະກຽມນໍາສະເໜີກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ເພື່ອໃຫ້ສາມາດພິຈາລະນາຮັບຮອງໃນກອງປະຊຸມສະໄໜສາມັນເທື່ອທີ III ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນເດືອນມິຖຸນາ 2022 ນີ້,

ພ້ອມທັງປັບປຸງ-ຄົ້ນຄວ້າສ້າງບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ໃຫ້ສໍາເລັດເປັນສ່ວນໃຫຍ່ ພາຍໃນປີ 2022; ປັບປຸງກົນໄກຄຸ້ມຄອງລາຍຮັບຈາກການສົ່ງອອກ;

ຕິດຕາມກວດກາຄືນສະພາບການເຄື່ອນໄຫວຂອງທຶນຈາກຕ່າງປະເທດກ່ຽວກັບການຖອກທຶນຈົດທະ ບຽນ, ການປະກອບເງິນລົງທຶນ ກໍຄືການນໍາລາຍຮັບຈາກການສົ່ງອອກກັບຄືນປະເທດ ພ້ອມທັງຕິດ ຕາມ ກວດກາ ຄຸ້ມຄອງ ເງິນລົງທຶນພາຍໃນທີ່ເປັນເງິນຕາຕ່າງປະເທດ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.

ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຄົ້ນຄວ້າກົນໄກການນໍາໃຊ້ສະກຸນ ເງິນທ້ອງຖິ່ນເຂົ້າໃນ ການຊໍາລະສະສາງດ້ານການຄ້າ 2 ຝ່າຍ ໃຫ້ຫຼາຍຂຶ້ນ ເພື່ອສົ່ງເສີມການຄ້າ ລະຫວ່າງປະເທດ ໂດຍນໍາໃຊ້ສະກຸນເງິນກີບ ແລະ ສ້າງຄວາມສົມດຸນດ້ານຄວາມຕ້ອງການ ເງິນຕາກັບບັນ ດາປະເທດຄູ່ຄ້າ ຂອງ ສປປ ລາວ ໃຫ້ຫຼາຍຂຶ້ນ;

ໄປຄຽງຄູ່ກັບປະສານສົມທົບກັບຂະແໜງ ການ ກ່ຽວຂ້ອງຄົ້ນຄວ້າກໍານົດນະ ໂຍບາຍ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງໜີ້ສິນຕໍ່ຕ່າງ ປະເທດ ໂດຍສະເພາະແມ່ນໜີ້ສິນ ຕໍ່ຕ່າງປະເທດຂອງຜູ້ລົງທຶນຕ່າງປະເທດ ແລະ ຂອງພາກເອກະ ຊົນພາຍໃນ ເພື່ອຫຼີກລ່ຽງການສ້າງໜີ້ສິນຕ່າງປະເທດແບບບໍ່ຍືນຍົງ;

ສືບຕໍ່ຈັດຕັ້ງປະຕິບັດບັນດາ ໜ້າວຽກຈຸດສຸມທີ່ໄດ້ກໍານົດໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໂດຍສະເພາະຕິດພັນກັບການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ, ການສົ່ງເສີມການສົ່ງອອກ, ການສົ່ງເສີມການປະຢັດຕ້ານການໃຊ້ຈ່າຍທີ່ຟູມເຟືອຍໃຫ້ເປັນຮູບປະທໍາ ຫຼາຍຂຶ້ນ.

ຄຽງຄູ່ກັບບັນດາມາດຕະການທີ່ທະນາຄານແຫ່ງ ສປປ ລາວ ກໍຄືບັນດາກະຊວງ ຂະແໜງ ການຂອງພາກລັດກໍາລັງຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫາທີ່ຕິດພັນກັບອັດຕາແລກປ່ຽນ ແລະ ການ ເພີ່ມຂຶ້ນສູງຂອງລາຄາສິນຄ້າ, ໃນສະພາບເງື່ອນໄຂທີ່ເສດຖະກິດຂອງສາກົນ ແລະ ພາຍໃນ ຍັງຫຍຸ້ງຍາກບໍ່ທັນຢູ່ໃນສະພາບປົກກະຕິຄືດັ່ງປັດຈຸບັນ,

ພວກເຮົາທຸກຄົນຄວນຍົກສູງສະຕິຕໍ່ລະບຽບ ກົດໝາຍ, ບໍ່ເຂົ້າຮ່ວມ ບໍ່ສົມຮູ້ຮ່ວມຄິດ ບໍ່ຊຸກຍູ້ສົ່ງເສີມການແລກປ່ຽນເງິນຕາ ແບບບໍ່ສອດຄ່ອງກັບລະ ບຽບກົດໝາຍ ທີ່ຈະເປັນການສ້າງຄວາມບໍ່ສະຫງົບຕໍ່ສະພາບອັດຕາແລກປ່ຽນ;

ເຊີດຊູນໍ້າໃຈຊາດ ສົ່ງເສີມການຜະລິດທີ່ເປັນທ່າແຮງຂອງຊາດ, ອຸດໜູນຜະລິດຕະພັນຂອງລາວ, ຫຼຸດຜ່ອນການບໍລິໂພກຊົມໃຊ້ສິນຄ້າການບໍລິການທີ່ບໍ່ຈໍາເປັນແລະຟູມເຟືອຍເພື່ອຊ່ວຍກັນປະຢັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ, ຊ່ວຍໃຫ້ມີລາຍຮັບທີ່ເປັນເງິນຕາຕ່າງປະເທດ ເຂົ້າປະເທດ ເຂົ້າລະບົບທະນາຄານ ຫຼາຍຂຶ້ນ,ເພື່ອປະກອບສ່ວນເຮັດໃຫ້ຖານະເງິນຕາຕ່າງປະເທດຂອງຊາດເຂັ້ມແຂງຂຶ້ນຫຼຸດຜ່ອນແຮງກົດດົນຕໍ່ອັດຕາແລກປ່ຽນ.

ข่าวทั่วไป